About Us

ກ່ຽວກັບໂຮງຮຽນ
ໂຮງຮຽນຂອງພວກເຮົາ ຄື ວິທະຍາໄລການໂຮງແຮມໂຕກຽວ YMCA, ໄດ້ຖືກສ້າງຕັ້ງຂຶ້ນ ໃນປີ 1935 ມີອາຍຸ ໄດ້ 90 ປີແລ້ວ ແລະ ເປັນໂຮງຮຽນການໂຮງແຮມ ແຫ່ງ ທໍາອິດຂອງຍີ່ປຸ່ນ ເພື່ອຝຶກອົບຮົມຜູ້ຊ່ຽວຊານດ້ານການບໍລິການເພື່ອຕ້ອນຮັບແຂກຈາກທົ່ວໂລກ ເພື່ອກະກຽມໃຫ້ແກ່ ກິລາໂອລິມປິກໂຕກຽວ. ໃນເບື້ອງຕົ້ນ , ການຝຶກອົບຮົມ ແລະ ການລົງຝຶກຫັດຕົວຈິງໄດ້ຈັດຂຶ້ນຢູ່ທີ່ໂຮງແຮມແລະເຮືອນພັກ. ມາຮອດປະຈຸບັນ, ໄດ້ມີຜູ້ຮຽນຈົບ ຈາກໂຮງຮຽນແຫ່ງນີ້ ຈໍານວນ 12,000 ຄົນທີ່ກໍາລັງເຮັດວຽກຢູ່ໂຮງແຮມຊັ້ນນໍາຢູ່ໃນຍີ່ປຸ່ນ ແລະ ຕ່າງປະເທດ.ໂຮງຮຽນຂອງພວກເຮົາທີ່ຕັ້ງຢູ່ວິທະຍາເຂດວຽງຈັນ ມີເປົ້າໝາຍຝຶກອົບຮົມເພື່ອສົ່ງເສີມ ບຸກຄະລາກອນໃຫ້ປະສົບຜົນສໍາເລັດໃນວຽກງານອຸດສາຫະກໍາການຕ້ອນຮັບແຂກ, ເປົ້າໝາຍດັ່ງກ່າວນີ້ ບໍ່ພຽງແຕ່ໄດ້ປະຕິບັດ ຢູ່ໃນປະທດຍີ່ປຸ່ນເທົ່ານັ້ນ, ແຕ່ຢຸ່ໃນປະເທດລາວຂອງເຮົາກໍເຮັດແບບດຽວກັນ.
ຈິດໃຈ
ຈິດໃຈຂອງໂຮງຮຽນແມ່ນສໍານວນຄວາມເວົ້າໜຶ່ງທີ່ພົບເຫັນໃນພຣະຄໍາພີທີ່ກ່າວວ່າ "ຈົ່ງປະຕິບັດການຕ້ອນຮັບແຂກ." ພວກເຮົາປູກຝັງຈິດໃຈການຕ້ອນຮັບແຂກ, ນັ້ນຄື "ມີຈິດໃຈທີ່ມີຄວາມຮູ້ສຶກເຖິງຄວາມສຸກຂອງຄົນອື່ນເປັນຄວາມສຸກຂອງເຮົາ, ແລະ ຄວາມໂສກເສົ້າຂອງຄົນອື່ນເປັນຄວາມໂສກເສົ້າຂອງເຮົາ."
ສະຕິປັນຍາ
ການຮຽນຮູ້ຢູ່ໂຮງຮຽນບໍ່ແມ່ນພຽງແຕ່ການຫາຄວາມຮູ້ ແລະ ທັກສະສະເພາະດ້ານເທົ່ານັ້ນ. ໂດຍການນຳໃຊ້ເຄືອຂ່າຍ ຂອງ YMCA ທີ່ມີຢູ່ທົ່ວພາກພື້ນຂອງໂລກ ໃນ 120 ປະເທດ , ນັກຮຽນສາມາດພົບກັບໂລກ ອັນໃໝ່ແລະ ເຫັນຄຸນຄ່າຂອງສິ່ງໃໝ່ໆ ແລະ ພັດທະນາຄວາມສາມາດທີ່ຢູ່ໃນຕົວເອງທີ່ຍັງບໍ່ທັນໄດ້ຮັບຮູ້ມາກ່ອນ.
ຮ່າງກາຍ
ໃນວຽກອຸດສາຫະກໍາການໂຮງແຮມ ແລະ ການບໍລິການ, ມັນມີຄວາມຈໍາເປັນທີ່ຈະຕ້ອງມີຮອຍຍິ້ມທີ່ສົດໃສ ແລະ ລ່າເລິງ,ມີຈິດໃຈທີ່ຂາວສະອາດ ,ມີກິລິຍາທ່າທາງທີ່ດີ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ເພື່ອໃຫ້ລູກຄ້າມີຄວາມຮູ້ສຶກທີ່ດີມີປະທັບໃຈໃນການບໍລິການ. ພວກເຮົາຈະສົ່ງເສີມ ແລະ ພັດທະນາ ຊັບພະຍາກອນມະນຸດຜູ້ທີ່ມີມາລະຍາດ ແລະ ຄຸນສົມບັດທີ່ດີ ມີຄວາມຮັບຮູ້ ແລະ ມີຄວາມ