The Champion School Texas
Vientiane YMCA School

ກ່ຽວກັບໂຮງຮຽນ
Tokyo YMCA College of Hotel Management ເຊິ່ງເປັນໂຮງຮຽນແມ່ ໄດ້ຮັບການສ້າງຕັ້ງມາເປັນເວລາ 90ປີ, ນັບຕັ້ງແຕ່ປີ1935 ເພື່ອຮັບໃຊ້ງານພິທິແຂ່ງຂັນກິລາ ໂອລິມປິກ ແລະ ພັດທະນາຊັບພະຍາກອນມະນຸດ ເພື່ອຕ້ອນຮັບແຂກທີ່ມາຈາກຕ່າງປະເທດ, ໂຮງຮຽນນີ້ ໄດ້ຮັບການສ້າງຕັ້ງ ແລະ ຊີ້ນຳນັກສຶກສາເພື່ອໄປເຮັດວຽກໃນໂຮງແຮມ. ປັດຈຸບັນມີນັກສຶກສາ12000ຄົນທີ່ຈົບມາຈາກໂຮງຮຽນນີ້ໄດ້ເຮັດວຽກຢູ່ໂຮງແຮມລະດັບຊັ້ນນຳໃນຍີ່ປຸ່ນ ແລະ ຕ່າງປະເທດ. ສຳລັບໂຄງການນີ້, ກໍແມ່ນເພື່ອພັດທະນາຊັບພະຍາກອນມະນຸດລາວເພື່ອມີຄວາມຊ່ຽວຊານດ້ານການບໍລິຫານໂຮງແຮມ.

ການເລີ່ມຕົ້ນເຂົ້າຮຽນໃນເດືອນເມສາ
ຢູ່ມະຫາວິທະຍາໄລຕ່າງໆໃນປະເທດລາວ, ປົກກະຕິແລ້ວ ພາກຮຽນໃໝ່ ຈະເລີ່ມຕົ້ນໃນເດືອນຕຸລາ, ແຕ່ຢູ່ໂຮງຮຽນການໂຮງແຮມວຽງຈັນ YMCA ຂອງພວກເຮົາ ແມ່ນຈະເລີ່ມຕົ້ນໃນເດືອນເມສາ ຄືກັນກັບປະເທດຍີ່ປຸ່ນ, ແລະຈົບການສຶກສາໃນເດືອນມີນາ . ນີ້ແມ່ນຍ້ອນວ່າບໍລິສັດໂຮງແຮມສ່ວນໃຫຍ່ໃນຍີ່ປຸ່ນໃຫ້ການຝຶກອົບຮົມແກ່ພະນັກງານໃໝ່ ແລະ ໄດ້ມີການມອບໝາຍຕໍາແໜ່ງ

ໂຄງການ E-learning ຂອງຍີ່ປຸ່ນ
ໂຮງຮຽນການໂຮງແຮມວຽງຈັນ YMCA ທີ່ຈະເປີດໃນເດືອນເມສາ ຂອງປີໜ້າ, ຈະເລີ່ມຕົ້ນເປີດໂຄງການກ່ອນພາກຮຽນ ໃນເດືອນຕຸລາທີ່ຈະມາເຖິງນີ້, ແລະໂຄງການດັ່ງກ່າວ ຈະເປີດຮັບສະໝັກນັກສຶກສາເຂົ້າຮຽນ "ຟຣີ" ບໍ່ເກັບຄ່າທໍານຽມ ເພື່ອ ເປັນການລະນຶກເຖິງຄົບຮອບ 70 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຍີ່ປຸ່ນ ກັບ ລາວໃນປີນີ້. ໂດຍພື້ນຖານແລ້ວ ໂຄງການນີ້ ແມ່ນສໍາລັບນັກຮຽນທີ່ກໍາລັງຈະຕັດສິນໃຈເຂົ້າຮຽນໃນ ເດືອນເມສາ ຂອງປີຖັດໄປ, ແຕ່ພວກເຮົາຈະຢືນຢັນຄວາມຕັ້ງໃຈທັງສອງຝ່າຍນໍາກັນໃນເວລາທີ່ມີການ

ໂຄງການ 1+1
ໂຄງການ 1+1 ນີ້ແມ່ນລະບົບ ນຶ່ງ ທີ່ອະນຸຍາດໃຫ້ນັກຮຽນທີ່ມີຄວາມສາມາດພິເສດ ແລະມີ ແຮງຈູງໃຈສູງ ໃຫ້ໄດ້ໄປຮຽນຕໍ່ ຢູ່ໂຮງຮຽນຕົ້ນຕໍຂອງພວກເຮົາ ຄື ວິທະຍາໄລການ ໂຮງແຮມໂຕກຽວ YMCA ໃນປີທີສອງ. ເນື່ອງຈາກຄ່າຄອງຊີບແລະຄ່າໃຊ້ຈ່າຍອື່ນໆທີ່ຈະເກີດຂຶ້ນ, ພວກເຮົາຈະພິຈາລະນາທຶນການສຶກສາ ແລະ ລະບົບສະໜັບສະໜູນໃນອະນາຄົດ, ແຕ່ພວກເຮົາມີ ແຜນທີ່ຈະສະໜອງໂອກາດດັ່ງກ່າວໃຫ້ ແກ່ນັກຮຽນຜູ້ທີ່ຕັ້ງໃຈຮຽນ.

ການເຮັດວຽກຢູ່ປະເທດຍີ່ປຸ່ນ
ນັກຮຽນທີ່ຮຽນຢູ່ໂຮງຮຽນການໂຮງແຮມວຽງຈັນ YMCA ຈະມີຄວາມຊໍານິຊໍານານ ຫຼາຍໆຢ່າງ ສາມາດ ໄປເຮັດວຽກຢູ່ໂຮງແຮມໃນປະເທດໃດກໍໄດ້, ສໍາລັບນັກຮຽນທີ່ມີແຮງຈູງໃຈສູງຈະໄດ້ຮັບທຶນການສຶກສາໃນລະຫວ່າງການສໍາພາດກ່ອນຈະເຂົ້າຮຽນໃນເດືອນມັງກອນ, ແລະເມື່ອຮຽນຈົບແລ້ວ ຫຼັງຈາກສອງປີ, ນັກຮຽນທີ່ເດັ່ນສາມາດຍື່ນຄໍາຮ້ອງຂໍວີຊ່າທີ່ຈໍາເປັນ ແລະ ສາມາດເລີ່ມເຮັດວຽກໄດ້ທັນທີ ຢູ່ໂຮງແຮມຍີ່ປຸ່ນທີ່ໄດ້ໃຫ້ທຶນການສຶກສາ.

ຄູ່ຮ່ວມງານ ກັບມະຫາວິທະຍາໄລແຫ່ງຊາດລາວ (NUOL)
ບໍລິສັດ ວາຍເອັມ ເຊີວິດລາວຈໍາກັດ , ເປັນບໍລິສັດທີ່ ດໍາເນີນງານຮ່ວມກັບ ໂຮງຮຽນການໂຮງແຮມວຽງຈັນ YMCA, ໄດ້ລົງນາມບົດບັນທຶກຂໍ້ຕົກລົງ MOA ກັບຄະນະສັງຄົມສາດ ແລະ ຄະນະອັກສອນສາດ ໃນເດືອນພະຈິກ 2023, ແລະ ໄດ້ເຊັນຂໍ້ຕົກລົງຄູ່ຮ່ວມງານກັບຄະນະສັງຄົມສາດ, ພາກວິຊາທ່ອງທ່ຽວໃນເດືອນ ກຸມພາ 2025 ຜ່ານມາ, ຈາກນັ້ນໄດ້ ມີການຮ່ວມມືນໍາກັນ ແລະ ອະນຸຍາດໃຫ້ມີການໃຊ້ຫ້ອງຮຽນນໍານວນນຶ່ງ ຢູ່ ຊັ້ນ 3 ຂອງຕຶກ ພະແນກ ທ່ອງທ່ຽວ.
Admission
Text box
Movie
Mission
Coming Soon
Getting from Principal
Coming Soon
Activities

ບໍລິສັດ ວາຍເອັມເຊີວິສ ລາວ ໂຊລ ຈໍາກັດ
ບໍລິສັດ ວາຍເອັມເຊີວິສ ລາວ ໂຊລ ຈໍາກັດ ແລະ ຄະນະສັງຄົມສາດ ຂອງມະຫາວິທະຍາໄລແຫ່ງຊາດລາວ ໄດ້ເຊັນຂໍ້ຕົກລົງຮ່ວມມືກັນໃນວັນຈັນ ທີ 24 ກຸມພາ 2025. ຂໍ້ຕົກລົງດັ່ງກ່າວເປັນການເສີມສ້າງໂຄງການຈັດຕັ້ງໂຮງຮຽນການໂຮງແຮມວາຍເອັມຊີເອ ວຽງຈັນ ຢູ່ມະຫາວິທະຍາໄລແຫ່ງຊາດລາວ ວິທະຍາເຂດດົງໂດກ ແລະ ມີແຜນຈະເລີ່ມຕົ້ນປະຕິບັດໂຄງການ Pre Semester program (ພາສາຍີ່ປຸ່ນ) ໃນເດືອນຕຸລາ 2025 ກ່ອນທີ່ຈະເລີ່ມເປີດພາກຮຽນທີ 1 ໃນເດືອນເມສາ 2026.

ບໍລິສັດ ວາຍເອັມເຊີວິສ ລາວ ໂຊລ ຈໍາກັດ
ບໍລິສັດ ວາຍເອັມເຊີວິສ ລາວ ໂຊລ ຈໍາກັດ ແລະ ຄະນະສັງຄົມສາດ ຂອງມະຫາວິທະຍາໄລແຫ່ງຊາດລາວ ໄດ້ເຊັນຂໍ້ຕົກລົງຮ່ວມມືກັນໃນວັນຈັນ ທີ 24 ກຸມພາ 2025. ຂໍ້ຕົກລົງດັ່ງກ່າວເປັນການເສີມສ້າງໂຄງການຈັດຕັ້ງໂຮງຮຽນການໂຮງແຮມວາຍເອັມຊີເອ ວຽງຈັນ ຢູ່ມະຫາວິທະຍາໄລແຫ່ງຊາດລາວ ວິທະຍາເຂດດົງໂດກ ແລະ ມີແຜນຈະເລີ່ມຕົ້ນປະຕິບັດໂຄງການ Pre Semester program (ພາສາຍີ່ປຸ່ນ) ໃນເດືອນຕຸລາ 2025 ກ່ອນທີ່ຈະເລີ່ມເປີດພາກຮຽນທີ 1 ໃນເດືອນເມສາ 2026.